1.1 ປະຫວັດຄວາມເປັນມາຂອງພາສາມື
ພາສາມື ເປັນພາສາຢ່າງໜຶ່ງທີ່ປະກອບດ້ວຍການສື່ສານດ້ວຍມື ການສື່ສານດ້ວຍ ຮ່າງກາຍ ແລະ ຮີມຝີປາກໃນການສື່ສານຄວາມໝາຍແທນການໃຊ້ສຽງເວົ້າ. ການສື່ສານ ຈະໃຊ້ລັກສະນະຂອງມືທີ່ເປັນສັນຍາລັກເຊັ່ນ: ການເຄື່ອນໄຫວມື, ແຂນ, ຮ່າງກາຍ ແລະ ການ ສະແດງຄວາມຮູ້ສຶກທາງໃບໜ້າເພື່ອຊ່ວຍໃນການສື່ສານຄວາມຄິດຂອງຜູ້ສື່, ພາສາມືແມ່ນ ພາສາທີ່ໃຊ້ຫລາຍໃນກຸ່ມຄົນຫູໜວກ ໂດຍການໃຊ້ມື, ສີໜ້າ ແລະ ກິລິຍາທ່າທາງ ປະກອບໃນການສື່ສານຄວາມໝາຍ ແລະ ຖ່າຍທອດອາລົມແທນການເວົ້າ. ພາສາມືຂອງແຕ່ລະຊາດ ຈະມີຄວາມແຕກຕ່າງກັນ ເຊັ່ນດຽວກັນກັບພາສາເວົ້າ ຊຶ່ງແຕກຕ່າງກັນຕາມຂະນົບທຳນຽມປະເພນີວັດທະນາທຳ ແລະ ລັກສະນະພູມສັນຖານເຊັ່ນ: ພາສາມືຈີນ, ພາສາມືອາເມລິກາ, ພາສາມືໄທເປັນຕົ້ນ.
ພາສາມືເປັນພາສາທີ່ການສຶກສາ ທາງດ້ານການສຶກສາຂອງຄົນຫູໜວກຕົກລົງ ແລະ ຍອມຮັບກັນ ສ່ວນໃຫຍ່ມັກໃຊ້ໃນກຸ່ມຜູ້ພິການທາງຫູ, ຜູ້ຕີຄວາມໝາຍ, ຜູ້ຮ່ວມງານ, ເພື່ອນ ແລະ ຄອບຄົວ. ຖືໄດ້ວ່າເປັນພາສາໜຶ່ງສຳລັບການຕິດຕໍ່ສື່ສານຄວາມໝາຍລະຫວ່າງຄົນຫູ ໜວກກັບຄົນຫູໜວກດ້ວຍກັນ ແລະ ລະຫວ່າງຄົນຫູໜວກກັບຄົນປົກກະຕິ.
1.1 ຮູບແບບການໃຊ້ພາສາມື
- ພາສາມືສາກົນທີ່ທົ່ວໄປເຂົ້າໃຈກັນ.
- ພາສາມືຜູ້ພິການທີ່ໃຊ້ກັນລະຫວ່າງຜູ້ພິການທາງຫູ.
- ພາສາມືທາງການທະຫານໃຊ້ໃນກຸ່ມທະຫານທີ່ປະຕິບັດໜ້າທີ່ໂດຍບໍ່ສາມາດສື່ສານ ດ້ວຍວິທີອື່ນໄດ້.
1.2 ທີ່ມາຂອງພາສາມື
1.3 ພາສາມືທີ່ໃຊ້ໃນກຸ່ມຄົນຫູໜວກ ມີ 2 ແບບ ຄື:
1.4 ໂຄງສ້າງຂອງພາສາມື ປະກອບດ້ວຍ
1.5 ຫຼັກການສຳຄັນໃນການເຮັດທ່າພາສາມື
- ການແກວ່ງຫົວ ໝາຍເຖິງການປະຕິເສດ
- ການຂະຫຍັກຄິ້ວ ໝາຍເຖິງການສະແດງຄວາມສົງໄສ
- ການຍິກຄິ້ວ ໝາຍເຖິງການສະແດງຄຳຖາມທີ່ຕ້ອງການຄຳຕອບ
ການສະແດງສີໜ້າ ແລະ ການເຄື່ອນໄຫວເທິງໃບໜ້າປະກອບກັບທ່າພາສາມືຄວນເຮັດໃຫ້ພໍດີພໍງາມ ແລະ ສຸພາບ.
1.6 ຄວາມໝາຍຂອງການສະກົດຕົວອັກສອນດ້ວຍນິ້ວມື
ການສະກົດຕົວອັກສອນດ້ວຍນິ້ວມື ເປັນວິທີການສື່ສານຊະນິດໜຶ່ງ ທີ່ໃຊ້ໃນກຸ່ມ ຄົນຜູ້ທີ່ສູນເສຍການໄດ້ຍິນ ຫຼື ຄົນຫູໜວກ ຫຼື ບຸກຄົນປົກກະຕິທີ່ຕ້ອງການ ຈະສື່ຄວາມເຂົ້າໃຈກັບຄົນຫູໜວກ. ການສະກົດນິ້ວມື ຄື ການທີ່ບຸກຄົນເຮັດທ່າທາງດ້ວຍນິ້ວມື ເປັນຮູບຕ່າງໆ ແທນຕົວພະຍັນຊະນະ, ສະຫຼະ, ວັນນະຍຸດ ຈົນຮອດສັນຍາລັກອື່ນໆ ຂອງພາສາປະຈໍາຊາດເພື່ອການສື່ສານ ຫຼື ການຂຽນໃນອາກາດນັ້ນເອງ. ໂດຍທົ່ວໄປແລ້ວຕົວອັກສອນທີ່ ສະກົດນິ້ວມື ຂອງພາສາໃດກໍ່ຈະມີຈໍານວນເທົ່າກັບຕົວອັກສອນຂອງພາສານັ້ນ.
ນັບຈາກສະໄໝບູຮານມາຈົນຮອດສັດຕະວັດທີ 15 ຄົນຫູໜວກ ແລະ ຄົນປາກກືກ ເປັນ ກຸ່ມຄົນທີ່ສັງຄົມລັງກຽດ ເຖິງວ່າຈະມີການສົງສານ ແລະ ເຫັນໃຈກັນແຕ່ພວກເຂົາກໍ່ຖືກປະຕິເສດສິດທິຫຼາຍຢ່າງທີ່ຄົນທົ່ວໄປໄດ້ຮັບໃນສັດຕະວັດທີ16 ແພດຊາວອິຕາລີຊື່ເຈໂຮມີໂນ ຄາຮ໌ດາໂນ (GerminoCardano) ໄດ້ມີຄວາມ ຄິດທີ່ ຈະສອນຄົນຫູໜວກ ແລະ ປາກກືກ ໂດຍຜ່ານສັນຍາລັກການຂຽນ ທີ່ເປັນປະສົມປະສານກັນລະຫວ່າງສັນຍາລັກ ໃຫ້ສຳພັນກັບ ຂອງຈິງຈົນເຖິງສັດຕະວັດທີ 17 ກໍ່ໄດ້ມີການອອກແບບ ການໃຊ້ນິ້ວມືເປັນສັນຍາລັກແທນຕົວ ອັກສອນຊຶ່ງເອີ້ນວ່າ “ອັກສອນນິ້ວມື” ໃນສັດຕະວັດທີ 18 ຊາຮ໌ລລ໌ເດີເລີເປ(Charles de L’Eps) ຄົນຝຣັ່ງໄດ້ຈັດການ ທັກສະພາສາ ທີ່ໃຊ້ມື ແລະ ແຂນຖ່າຍທອດຄວາມຄິດອອກມາທີ່ປັດຈຸບັນເອີ້ນວ່າ “ພາສາມື”.
1.7 ພາສາມືໃນລາວ.
ໃນອາດີດໂຮງຮຽນສອນພາສາມືໃນບ້ານເຮົາມີທັງຫມົດສາມແຫ່ງ ຄື: ໂຮງຮຽນໂສຕະ ສຶກສາວຽງຈັນ, ສະຫວັນນະເຂດ ແລະ ຫລວງພະບາງ. ແຕ່ໃນປັດຈຸບັນ ໂຮງຮຽນ ດັ່ງກ່າວ ເຫຼືອສອງແຫ່ງເທົ່ານັ້ນຄື ໂຮງຮຽນໂສຕະສຶກສາວຽງຈັນ ແລະ ຫລວງພະບາງ. ໂຮງຮຽນໂສຕະສຶກສາວຽງຈັນ ເປັນໂຮງຮຽນທີ່ຂຶ້ນກັບ ກະຊວງສາທາລະນະສຸກ ທີ່ຕັ້ງ ໃນອານາເຂດໃນສູນຟື້ນຟູຄົນພິການ ກໍາແພງນະຄອນຫລວງວຽງຈັນ. ໂຮງຮຽນຖືກອະນຸມັດ ສ້າງຕັ້ງຂຶ້ນໂດຍທ່ານ ສະໝານ ວິຍະເກດ ໃນປີ 1992 ມີຕັ້ງແຕ່ ປະຖົມສົມບູນ 1 ເຖິງ ມັດທະຍົມ 4 ໂດຍມີອາຈານຊຸດທໍາອິດພຽງ 15 ທ່ານທີ່ຜ່ານການຝຶກອົບຮົມ ມາຈາກສູນປະຊາສົງເຄາະ ແຂວງນະຄອນສີທໍາມະລາດປະເທດ ລາຊະອານາຈັກໄທ, ໃນປັດຈຸບັນສົກຮຽນປີ 2011-2012 ມີອາຈານທັງຫມົດ 9 ທ່ານ ຍິງ 7 ທ່ານ ຊາຍ 2 ທ່ານ, ນັກຮຽນ ທັງໝົດ 97 ຄົນ ໂດຍແບ່ງອອກເປັນນັກຮຽນຕາບອດ 30 ແລະ ນັກຮຽນ ຫູໜວກ-ປາກກືກ 67 ຄົນ ນັກຮຽນທັງຫມົດໄດ້ອັດຕາກິນ 3 ພັນກີບຕໍ່ມື້ຈາກລັດ, ທຶນ ແລະ ການຊ່ວຍເຫລືອ ຕ່າງໆທີ່ຜ່ານມາແມ່ນຈາກພໍ່ແມ່ຜູ້ປົກຄອງ, ຜູ້ໃຈບຸນ, ບໍລິສັດຫ້າງຮ້ານຕ່າງໆ ແລະ ທຶນໂຄງການ ຈາກປະເທດ ສະວິເດັນ ແລະ ອົດສະຕາລີ.
ສະພາບນັກຮຽນຫລັງຈາກຈົບໂຮງຮຽນ ໂສຕະສຶກສາວຽງຈັນ ມັດທະຍົມປີທີ 4 ນັກຮຽນຈໍານວນຫນຶຶ່ງ ບໍ່ສາມາດຮຽນຕໍ່ໄດ້ໃນລະດັບມໍປາຍ ເນື່ອງຈາກວ່າບໍ່ມີໂຮງຮຽນບ່ອນ ຮອງຮັບລວມທັງຄູ ແລະ ຫລັກສູດແມ່ນບໍ່ມີ. ສ່ວນນັກຮຽນຜູ້ພິການຕາຈໍານວນຫນຶ່ງສາມາດຮຽນຢູ່ທີ່ໂຮງຮຽນເພຍວັດ ຮ່ວມກັບນັກຮຽນປົກກະຕິ ໂດຍອັກສອນພາສາຟູນັກຮຽນຫູໜວກ ບາງຄົນກໍ່ໄປສຶກສາຕໍ່ວິຊາຊີບເຊັ່ນ: ອຸດສາຫະກໍາກົນຈັກ, ຕັດຫຍິບ, ເສີມສວຍ ແລະ ໝໍນວດ.
1.8 ລາຍລະອຽດຂອງບັນຫາທີ່ພົບໃນປະຈຸບັນຂອງຜູ້ພິການຫູລາວ